Lao students in Japan alumni board

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນຢີ່ປຸ່ນ ຄິດແນວໃດຕໍ່ກັບຄົນລາວ ?
Anonymous

Date:
ຄົນຢີ່ປຸ່ນ ຄິດແນວໃດຕໍ່ກັບຄົນລາວ ?
Permalink   



ທ່ານຄິດວ່າ ຄົນຢີ່ປຸ່ນຄິດແນວໃດ ກ່ຽວກັບຄົນລາວ ໂດຍສະເພາະ ນັກສຶກສາລາວ ທີ່ກໍາລັງຮຽນຢູ່ຢີ່ປຸ່ນ

1. ນັກສຶກສາລາວ ບໍ່ກ້າສະແດງອອກ
2. ຂີ້ອາຍ
3. ຂີ້ຄ້ານ
4. ຮຽນບໍ່ເກັ່ງ
5. ບໍ່ມີໄອເດຍດີໆ
6. ເປື້ອນເປີ້
7. ດຸຫນັ່ນຂະຫຍັນຮໍ່າຮຽນ
8. ມີໄມຕີ ແລະ ອັດທະຍາໄສດີ
9. ນ່າຮັກ ສົດໃສ ແລະ ເປັນມິດ
10. ອື່ນໆ

__________________
Anonymous

Date:
Permalink   

ເປັນຄຳຖາມທີ່ຫນ້າສົນໃຈ ແຕ່ບໍ່ເຄີຍຄິດຈັກເທື່ອ ຕັ້ງແຕ່ມາຢູ່ຢີ່ປຸ່ນ.
ຊິຕີລວດກວດພຽງວ່າຄົນຢີ່ປຸ່ນຄິດແນວໃດກັບຄົນລາວ ຄືຊິຍາກຢູ່
ແຕ່ຄົນຢີ່ປຸ່ນນິຍົມຄົນອາເມລິກາຫຼືຄົນທີ່ປາກພາສາອັງກິດໄດ້.
ຄົນອາຊີຈະບໍ່ເປັນທີ່ນິຍົມຂອງຄົນຢີ່ປຸຸ່ນພໍປານໃດ ແລະອີກຢ່າງ
ຄົນຢີ່ປຸ່ນເປັນຄົນທີ່ຄິດຫຍັງແລ້ວເກັບໄວ້ ໄດ້ລຶກໆຫຼາຍໆ ຍາກທີ່
ຈະຮູ້ວ່າເຂົາເຈົ້າຄິດແນວໃດນຳເຮົາແທ້ໆ ປາກເຂົາເຈົ້າບໍ່ຄ່ອຍຕົງກັບໃຈ
ປານໃດ ເຊັ່ນ ເວລາກິນອາຫານທີ່ເຮົາເຮັດ ຍັງບໍ່ທັນໄດ້ຫຍ້ຳຊ້ຳກະຊີວ່າ
ໂອຍຊີີີີີີີໆໆໆໆໆໆໆໆໆໆ ບໍ່ອີ່ຫຼີບໍ່ໄດ້ຍິນຄຳຕິດອກ.
55555555555 ຈາກປະສົບການເດີ້.biggrin

__________________
Anonymous

Date:
Permalink   


ສຳລັບຄົນຍີ່ປຸ່ນທີ່ຮູ້ຈັກລາວ ຫຼື ຄົນລາວ ຂ້ອຍມັກຈະໄດ້ຍິນສະເໝີວ່າ: ຄົນລາວເປັນຄົນໃຈດີ, ມີນ້ຳໃຈ, ອ່ອນນ້ອມຖ່ອມຕົນ, ມັກຊ່ອຍເຫຼືອຄົນອື່ນ...ສ່ວນຫຼາຍຂ້ອຍຈະໄດ້ຍິນແຕ່ເຂົາຍ້ອງ ຫຼາຍກວ່າຕຳນິ. ແມ່ນຢູ່ວ່າ ບາງເທື່ອເຮົາກໍ່ຮູ້ສຶກວ່າຄົນຍີ່ປຸ່ນປາກບໍ່ກົງກັບໃຈ, ເຊັ່ນການຊີມ ອາຫານທີ່ເວົ້າມາກໍ່ເຊັ່ນກັນ. ແຕ່ຂ້ອຍຄິດວ່າ ມັນເປັນການໃຫ້ກຳລັງໃຈກັນ, ເຮັດໃຫ້ຝ່າຍກົງກັນຂ້າມ ຮູ້ສຶກດີ ແລະ ມັນກໍ່ດີກວ່າ ຄົນລາວບາງຄົນ ຄິດຫຍັງກໍ່ເວົ້າອອກໄປ ໝົດ ຈົນເຮັດໃຫ້ ອີກຝ່າຍໜື່ງເສຍຄວາມຮູ້ສຶກ.  

__________________
Anonymous

Date:
Permalink   

 ຄິດວ່າຂອງກິນຂື້ນກັບຜູ້ມັກ ທຸກຄົນບໍ່ມີໃຜມັກຄຳຕຳນິ ມັກແຕ່ຄຳເວົ້າຫວານໆ
ແລະມ່ວນຫູກັນໝົດ.ແຕ່ສຳລັບຂ້ອຍມັກຄຳເວົ້າທີ່ຈິງໃຈຫຼາຍກ່ວາ ຄິດແນວໃດເວົ້າແນວນັ້ນ
ດີກ່ວາທີ່ຈະຕ້ອງມານັ່ງລະແວງແລະສົງໃສວ່າເຂົາເຈົ້າຫວັງດີຫຼືຫວັງຮ້າຍນຳຕົນເອງ
ຈິງໃຈຫຼືບໍ່ຈິງໃຈ. ຍາມໃດກະມີແຕ່ວ່າດີໝົດທັງໆທີ່ຄວາມຈິງບໍ່ໄດ້ຄິດແນວນັ້ນ
ເຮັດແນວໃດອີກຝ່າຍຊິພັດທະນາຝີມືຕົນເອງໃຫ້ດີຂື້ນໄດ້?
ນາໆຈິດຕັງຕ່າງຄົນຕ່າງມຸມມອງ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard