Lao students in Japan alumni board

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນພະມ້າຖືກຕຳຫຼວດຢີ່ປູ່ນຈັບ
NEWS

Date:
ຄົນພະມ້າຖືກຕຳຫຼວດຢີ່ປູ່ນຈັບ
Permalink   


ວັນທີ23ເດືອນກັນຍາ ຕຳຫຼວດໄດ້ຈັບກຸມ ທ. ມາວ ວິນ ອາຍຸ 31ປີ
ສັນຊາດພະມ້າ ຂໍ້ຫາຂົ່ມຂູ່ ນັກຂ່າວບໍລິສັດ APF ຂອງຢີ່ປຸ່ນ ເພື່ອ
ເອົາເງີນ ຄ່າໃຫ້ຂໍ້ມູນຂ່າວສານເລື່ອງ ເທັບວິດີໂອ ຂອງນັກຂ່າວຢີ່ປຸ່ນ
Nakai ທີ່ຖືກຂ້າຕາຍຢູ່ພະມ້າໃນເດືອນກັນຍາປີ 2008 ທີ່ເປັນຂ່າວ
ໂດ່ງດັ່ງໄປທົ່ວໂລກ ໃນປີກາຍນີ້.
ຈາກການສອບສວນຂອງຕຳຫຼວດຢີ່ປຸ່ນ, ໃນ ເດືອນ 12 ປີ2008
ຜູ້ຕ້ອງຫາໄດ້ຕິດຕໍ່ຫາບໍລິສັດດັ່ງກ່າວແລະບອກວ່າ ສາມາດເອົາ ເທັບທີ່ຖືກ
ລ/ບພະມ້າຢຶດໄປຈາກນັກຂ່າວNakai ທີ່ຖຶກຂ້າຕາຍນັ້ນມາໃຫ້ໄດ້ ແຕ່ຕ້ອງ
ຈ່າຍເງີນໃຫ້ຈຳນວນ 1ລ້ານເຢັນ ຫຼື ປະມານ 9.100 ໂດລາ ອາເມລິກາ.
ບໍລິສັດAPF ໄດ້ປະຕິເສດຂໍ້ສະເຫນີດັ່ງກ່າວ ເຮັດໃຫ້ ທ.​ ມາວ ເກີດ ຄວາມ
ໂກດແຄ້ນ ຈຶ່ງໄດ້ຂົ່ມຂູ່ບໍລິສັດດັ່ງກ່າວວ່າ:  ຖ້າບໍ່ຈ່າຍເງີນໃຫ້ ຂ້ອຍຊິສືບ ຂໍ້
ມູນທຸກຢ່າງຂອງບໍລິສັດເຈົ້າ ຂ້ອຍຊິເຮັດໃຫ້ເຈົ້າຮູ້ວ່າຂ້ອຍມີອຳນາດຂະໜາດໃດ.
ພາຍຫຼັງຖືກຈັບກຸ່ມຜູ້ກ່ຽວຍັງໃຫ້ການປະຕິເສດວ່າບໍ່ໄດ້ເຮັດການຂົ່ມຂູ່ໃດໆ ເປັນພຽງ
ການຕົກລົງຄ່າຂອງການໃຫ້ຂໍ້ມູນນຳກັນຂອງທັງສອງຝ່າຍ.
ຕຳຫຼວດຢີ່ປຸ່ນໄດ້ຈັບກຸມຜູ້ກ່ຽວເພື່ອດຳເນີນຄະດີຂັ້ນຕໍ່ໄປ.

http://headlines.yahoo.co.jp/hl?a=20080923-00000902-san-soci

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard