Lao students in Japan alumni board

Members Login
Username 
 
Password 
    Remember Me  
Post Info TOPIC: ເງິນໃບພັນກີບໃໝ່ ຖືກງົດປ່ອຍ ຊົ່ວຄາວ
Anonymous

Date:
ເງິນໃບພັນກີບໃໝ່ ຖືກງົດປ່ອຍ ຊົ່ວຄາວ
Permalink   


ລາວ ງົດປ່ອຍເງິນ ໃບ 1000 ກີບ ໃໝ່ ຊົ່ວຄາວ ຍ້ອນຫາງສຽງ ວິຈານ ຮູບຍິງສາວ ສາມນາງ.

FT_money_front

 

ເງິນໃບ 1000 ກີບ ພິມອອກມາໃໝ່ ຖືກງົດປ່ອຍ ຊົ່ວຄາວ

<!-- /* Font Definitions */ @font-face {font-family:"Arial Unicode MS"; panose-1:2 11 6 4 2 2 2 2 2 4; mso-font-charset:128; mso-generic-font-family:swiss; mso-font-pitch:variable; mso-font-signature:-1 -369098753 63 0 4129279 0;} @font-face {font-family:"Saysettha OT"; panose-1:2 11 5 4 2 2 7 2 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-2097151825 268443658 0 0 65537 0;} @font-face {font-family:"\@Arial Unicode MS"; panose-1:2 11 6 4 2 2 2 2 2 4; mso-font-charset:128; mso-generic-font-family:swiss; mso-font-pitch:variable; mso-font-signature:-1 -369098753 63 0 4129279 0;} /* Style Definitions */ p.MsoNormal, li.MsoNormal, div.MsoNormal {mso-style-parent:""; margin:0in; margin-bottom:.0001pt; mso-pagination:widow-orphan; font-size:12.0pt; mso-bidi-font-size:11.0pt; font-family:"Times New Roman"; mso-fareast-font-family:"Times New Roman"; mso-bidi-font-family:"Arial Unicode MS"; mso-bidi-language:LAO;} @page Section1 {size:8.5in 11.0in; margin:1.0in 1.25in 1.0in 1.25in; mso-header-margin:.5in; mso-footer-margin:.5in; mso-paper-source:0;} div.Section1 {page:Section1;} -->ກະແສຂ່າວ ທ້ອງຖີ່ນ າຍງານວ່າ ທະນາຄານແຫ່ງ ສປປລາວ ງົດປ່ອຍເງິນ ໃບພັນກີບທີ່ໄດ້ຮັບການປັບປຸງພິມໃໝ່ ອອກຈໍຣະຈອນ ໃນສັງຄົມ​-ໄວ້ຊົ່ວຄາວ ຍ້ອນຫາງສຽງ ວິພາກວິຈານ ທີ່ນັບມື້ ມີຫລາຍເພີ່ມຂຶ້ນ​​ ກ່ຽວກັບ ຮູບຂອງນາງສາວ ສາມຄົນໃນໃບເງິນ ພາຍຫລັງປະຊາຊົນຊາບວ່າເປັນຮູບຂອງຄົນແທ້.

 ທ່ານ ຫົວໜ້າກົມ ເງິນຕາ ທະນາຄານແຫ່ງສປປລາວ ກໍໄດ້ກ່າວໂດຍທີ່ ພວກທ່ານຍອມຮັບວ່າ ເປັນຮູບຖ່າຍຂອງຄົນແທ້  ແຕ່ຮູບນັ້ນໄດ້ຜ່ານການເອົາໄປແຕ້ມ ຄືນອີກເທື່ອນຶ່ງ ຢູ່ປະເທດ ຣັດເຊັຽ.

 ຕົນບໍ່ຄິດ ເລີຍວ່າ ຈະມີຫາງສຽງ ວິຈານ ຈາກສັງຄົມ ຫລາຍປານນີ້ເພາະຄິດວ່າ ທາງທະນາຄານໄດ້ເຮັດອອກມາ ດີທີ່ສຸດແລ້ວ.

ການປ່ອຍເງິນກີບໃໝ່ໃບພັນ ຈະຖືກງົດໄປຈົນກວ່າ ຈະໄດ້ຮັບການພິຈາຣະນາ ມີຂໍ້ຕົກລົງອີກເທື່ອນຶ່ງເສັຽກ່ອນ. ສ່ວນທີ່ຖືກນໍາ ອອກ​​ໃຊ້ແລ້ວ ກໍສາມາດ​​ ໃຊ້ຈັບຈ່າຍໄດ້ ຕາມປົກກະຕິ.



__________________
Anonymous

Date:
Permalink   

ກະແສຂ່າວ ທ້ອງຖີ່ນ ຣາຍງານວ່າ ທະນາຄານແຫ່ງ ສປປລາວ ງົດປ່ອຍເງິນໃບພັນກີບ​ ທີ່ໄດ້ຮັບການປັບປຸງ​ ພິມໃໝ່ ອອກຈໍຣະຈອນ ໃນສັງຄົມ​-ໄວ້ຊົ່ວຄາວ ຍ້ອນຫາງສຽງ ວິພາກວິຈານ ທີ່ນັບມື້ ມີຫລາຍເພີ່ມຂຶ້ນ​​ ກ່ຽວກັບຮູບຂອງນາງສາວ ສາມຄົນ​ ໃນໃບເງິນ ພາຍຫລັງ​ ປະຊາຊົນ​ ຊາບວ່າເປັນຮູບຂອງຄົນແທ້.

ມາຮອດມື້ນີ້ ທາງທະນາຄານ ແຫ່ງສປປລາວ ກໍຍັງບໍ່ທັນ ອະທິບາຍ​ ​ໃຫ້ສັງຄົມຊາບເທື່ອ ເຖິງເຫດຜົນໃນການເລືອກເອົາ ​ຮູບຄົນແທ້ ​ໃສ່,  ນາງສາວ ທັງ 3 ​ເປັນໃຜ ​ແລະ​ ມີຄວາມສໍາຄັນ ແນວໃດ​ ຕໍ່ສັງຄົມ.

ແຕ່ເຖິງແນວໃດ ທ່ານ ສຸພັດ ​ໂຄດໂຍທາ ຫົວໜ້າກົມ ເງິນຕຣາ ທະນາຄານແຫ່ງສປປລາວ ກໍໄດ້ກ່າວ​ ໂດຍທີ່ ພວກທ່ານ​ ຍອມຮັບວ່າ ເປັນຮູບຖ່າຍຂອງຄົນແທ້ ​ແລະ ກໍເປັນ ພະນັກງານ ໃນທະນາຄານແຫ່ງສປປລາວແຕ່ຮູບນັ້ນ ​ໄດ້ຜ່ານ​ ການເອົາໄປແຕ້ມ ຄືນອີກເທື່ອນຶ່ງ ຢູ່ປະເທດ ຣັດເຊັຽ.

ທ່ານສຸພັດ​ ກ່າວອີກວ່າ ຕົນບໍ່ຄິດ ເລີຍວ່າ ຈະມີຫາງສຽງ ວິຈານ ຈາກສັງຄົມ ຫລາຍປານນີ້ ​ເພາະຄິດວ່າ ທາງທະນາຄານ​ ໄດ້ເຮັດອອກມາ ດີທີ່ສຸດແລ້ວ.ບັນຫານີ້ ບໍ່ພຽງແຕ່​ ໄດ້ນໍາ​ ໄປຖົກຖຽງກັນ ຢູ່ຕາມພື້ນຖານ​ ສັງຄົມ-ຊຸມຊົນຕ່າງໆ ​ແຕ່ຫາກຍັງ ໄປເຖິງຣະດັບ ຣັຖບານ ​ແລະ ສະພາ ແຫ່ງຊາດ​ ​ແລ້ວ. 

ການປ່ອຍ​ ເງິນກີບໃໝ່​ ໃບພັນ ຈະຖືກງົດໄປ​ ຈົນກວ່າ ຈະໄດ້ຮັບການພິຈາຣະນາ ມີຂໍ້ຕົກລົງຈາກຣັຖບານ ອີກເທື່ອນຶ່ງ ​ເສັຽກ່ອນສ່ວນທີ່ຖືກນໍາອອກ​​ໃຊ້ແລ້ວ ກໍສາມາດ​​ ໃຊ້ຈັບຈ່າຍໄດ້ ຕາມປົກກະຕິ.

ເມື່ອວັນທີ 30 ຕຸລາ 2008 ນີ້ ທະນາຄານ​ ແຫ່ງສປປລາວ ​ໄດ້ອອກແຈ້ງການ ນໍາເອົາທະນະບັດ​-ໃບພັນກີບ ທີ່ໄດ້ຮັບການປັບປຸງ ແລະ ພິມໃໝ່ ​ໃນປີ 2008ອອກສູ່ສັງຄົມ ​ເລີ່ ​ແຕ່ເດືອນພຶສຈິກາ ​ເປັນຕົ້ນໄປ ​ເພື່ອປັບປຸງ ຄຸນນະພາບ ຂອງໃບເງິນ ​ໃນການຈໍຣະຈອນ​​, ສົ່ງເສີມ ການນໍາ​​ໃຊ້ເງິນກີບໃຫ້ນັບມື້ກວ້າງຂວາງ, ​ໃຫ້ການຊໍາຣະ ຣາຄາສີນຄ້າ​ ແລະ​ ຄ່າບໍຣິການ ມີຄວາມສດວກ ​ຍີ່ງຂຶ້ນ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard