Lao students in Japan alumni board

Members Login
Username 
 
Password 
    Remember Me  
Post Info TOPIC: ເງິນໃບພັນກີບໃໝ່ ຖືກງົດປ່ອຍ ຊົ່ວຄາວ
Anonymous

Date:
ເງິນໃບພັນກີບໃໝ່ ຖືກງົດປ່ອຍ ຊົ່ວຄາວ
Permalink   


ລາວ ງົດປ່ອຍເງິນ ໃບ 1000 ກີບ ໃໝ່ ຊົ່ວຄາວ ຍ້ອນຫາງສຽງ ວິຈານ ຮູບຍິງສາວ ສາມນາງ.

FT_money_front

 

ເງິນໃບ 1000 ກີບ ພິມອອກມາໃໝ່ ຖືກງົດປ່ອຍ ຊົ່ວຄາວ

<!-- /* Font Definitions */ @font-face {font-family:"Arial Unicode MS"; panose-1:2 11 6 4 2 2 2 2 2 4; mso-font-charset:128; mso-generic-font-family:swiss; mso-font-pitch:variable; mso-font-signature:-1 -369098753 63 0 4129279 0;} @font-face {font-family:"Saysettha OT"; panose-1:2 11 5 4 2 2 7 2 2 4; mso-font-charset:0; mso-generic-font-family:swiss; mso-font-pitch:variable; mso-font-signature:-2097151825 268443658 0 0 65537 0;} @font-face {font-family:"\@Arial Unicode MS"; panose-1:2 11 6 4 2 2 2 2 2 4; mso-font-charset:128; mso-generic-font-family:swiss; mso-font-pitch:variable; mso-font-signature:-1 -369098753 63 0 4129279 0;} /* Style Definitions */ p.MsoNormal, li.MsoNormal, div.MsoNormal {mso-style-parent:""; margin:0in; margin-bottom:.0001pt; mso-pagination:widow-orphan; font-size:12.0pt; mso-bidi-font-size:11.0pt; font-family:"Times New Roman"; mso-fareast-font-family:"Times New Roman"; mso-bidi-font-family:"Arial Unicode MS"; mso-bidi-language:LAO;} @page Section1 {size:8.5in 11.0in; margin:1.0in 1.25in 1.0in 1.25in; mso-header-margin:.5in; mso-footer-margin:.5in; mso-paper-source:0;} div.Section1 {page:Section1;} -->ກະ​ແສ​ຂ່າວ ​ທ້ອງ​ຖີ່ນ າຍງານ​ວ່າ ທະນາຄານ​ແຫ່ງ ​ສປປລາວ ງົດປ່ອຍ​ເງິນ ​ໃບພັນ​ກີບ​ ທີ່​ໄດ້​ຮັບ​ການ​ປັບປຸງ​ ພິມ​ໃໝ່ ອອກ​ຈໍຣະຈອນ ​ໃນ​ສັງຄົມ​-ໄວ້​ຊົ່ວຄາວ ຍ້ອນ​ຫາງ​ສຽງ ວິພາກ​ວິຈານ ທີ່​ນັບ​ມື້ ມີ​ຫລາຍ​ເພີ່ມ​ຂຶ້ນ​​ ກ່ຽວກັບ ​ຮູບ​ຂອງ​ນາງ​ສາວ ສາມ​ຄົນ​ ໃນ​ໃບ​ເງິນ ພາຍຫລັງ​ ປະຊາຊົນ​ ຊາບ​ວ່າ ​ເປັນ​ຮູບ​ຂອງ​ຄົນ​ແທ້.

 ທ່ານ ຫົວໜ້າກົມ ​ເງິນຕາ ທະນາຄານ​ ແຫ່ງ​ສປປລາວ ກໍ​ໄດ້​ກ່າວ​ ໂດຍທີ່ ​ພວກ​ທ່ານ​ ຍອມຮັບ​ວ່າ ​ເປັນ​ຮູບ​ຖ່າຍ​ ຂອງ​ຄົນ​ແທ້  ແຕ່​ຮູບ​ນັ້ນ ​ໄດ້​ຜ່ານ​ ການ​ເອົາ​ໄປ​ແຕ້ມ ​ຄືນ​ອີກ​ເທື່ອ​ນຶ່ງ ຢູ່​ປະ​ເທດ ຣັດ​ເຊັຽ.

 ຕົນ​ບໍ່​ຄິດ ​ເລີຍ​ວ່າ ຈະ​ມີ​ຫາງ​ສຽງ ວິຈານ ​ຈາກ​ສັງຄົມ ຫລາຍ​ປານ​ນີ້ ​ເພາະ​ຄິດ​ວ່າ ​ທາງ​ທະນາຄານ​ ໄດ້​ເຮັດ​ອອກ​ມາ ດີທີ່ສຸດ​ແລ້ວ.

ການ​ປ່ອຍ​ ເງິນກີບ​ໃໝ່​ ໃບ​ພັນ ຈະຖືກ​ງົດ​ໄປ​ ຈົນ​ກວ່າ ຈະ​ໄດ້​ຮັບ​ ການ​ພິຈາຣະນາ ມີ​ຂໍ້​ຕົກລົງ​ອີກ​ເທື່ອ​ນຶ່ງ ​ເສັຽກ່ອນ. ສ່ວນ​ທີ່​ຖືກ​ນໍາ ​ອອກ​​ໃຊ້​ແລ້ວ ກໍ​ສາມາດ​​ ໃຊ້ຈັບ​ຈ່າຍ​ໄດ້ ຕາມ​ປົກກະຕິ.



__________________
Anonymous

Date:
Permalink   

ກະ​ແສ​ຂ່າວ ​ທ້ອງ​ຖີ່​ນ ຣາຍງານ​ວ່າ ທະນາຄານ​ແຫ່ງ ​ສປປລາວ ງົດປ່ອຍ​ເງິນ​ໃບພັນ​ກີບ​ ທີ່​ໄດ້​ຮັບ​ການ​ປັບປຸງ​ ພິມ​ໃໝ່ ອອກ​ຈໍຣະຈອນ ​ໃນ​ສັງຄົມ​-ໄວ້​ຊົ່ວຄາວ ຍ້ອນ​ຫາງ​ສຽງ ວິພາກ​ວິຈານ ທີ່​ນັບ​ມື້ ມີ​ຫລາຍ​ເພີ່ມ​ຂຶ້ນ​​ ກ່ຽວກັບ​ຮູບ​ຂອງ​ນາງ​ສາວ ສາມ​ຄົນ​ ໃນ​ໃບ​ເງິນ ພາຍຫລັງ​ ປະຊາຊົນ​ ຊາບ​ວ່າ​ເປັນ​ຮູບ​ຂອງ​ຄົນ​ແທ້.

​ມາ​ຮອດ​ມື້​ນີ້ ທາງ​ທະນາຄານ ​ແຫ່ງ​ສປປລາວ ກໍ​ຍັງ​ບໍ່​ທັນ ອະທິບາຍ​ ​ໃຫ້​ສັງຄົມ​ຊາບ​ເທື່ອ ເຖິງ​ເຫດຜົນ​ໃນການເລືອກ​ເອົາ ​ຮູບ​ຄົນ​ແທ້ ​ໃສ່,  ນາງ​ສາວ ​ທັງ 3 ​ເປັນ​ໃຜ ​ແລະ​ ມີ​ຄວາມ​ສໍາຄັນ ​ແນວ​ໃດ​ ຕໍ່​ສັງຄົມ.

​ແຕ່​ເຖິງ​ແນວ​ໃດ ທ່ານ ສຸ​ພັດ ​ໂຄດ​ໂຍທາ ຫົວໜ້າກົມ ​ເງິນຕຣາ ທະນາຄານ​ແຫ່ງ​ສປປລາວ ກໍ​ໄດ້​ກ່າວ​ ໂດຍທີ່ ​ພວກ​ທ່ານ​ ຍອມຮັບ​ວ່າ ​ເປັນ​ຮູບ​ຖ່າຍ​ຂອງ​ຄົນ​ແທ້ ​ແລະ ​ກໍ​ເປັນ ພະນັກງານ ​ໃນ​ທະນາຄານ​ແຫ່ງ​ສປປລາວ​ແຕ່​ຮູບ​ນັ້ນ ​ໄດ້​ຜ່ານ​ ການ​ເອົາ​ໄປ​ແຕ້ມ ​ຄືນ​ອີກ​ເທື່ອ​ນຶ່ງ ຢູ່​ປະ​ເທດ ຣັດ​ເຊັຽ.

ທ່ານ​ສຸ​ພັດ​ ກ່າວ​ອີກ​ວ່າ ຕົນ​ບໍ່​ຄິດ ​ເລີຍ​ວ່າ ຈະ​ມີ​ຫາງ​ສຽງ ວິຈານ ​ຈາກ​ສັງຄົມ ຫລາຍ​ປານ​ນີ້ ​ເພາະ​ຄິດ​ວ່າ ​ທາງ​ທະນາຄານ​ ໄດ້​ເຮັດ​ອອກ​ມາ ດີທີ່ສຸດ​ແລ້ວ.ບັນຫາ​ນີ້ ບໍ່ພຽງ​ແຕ່​ ໄດ້​ນໍາ​ ໄປ​ຖົກ​ຖຽງກັນ ຢູ່​ຕາມ​ພື້ນຖານ​ ສັງຄົມ-ຊຸມ​ຊົນ​ຕ່າງໆ ​ແຕ່​ຫາກ​ຍັງ ​ໄປ​ເຖິງຣະດັບ ຣັຖບານ ​ແລະ ​ສະພາ ​ແຫ່ງ​ຊາດ​ ​ແລ້ວ. 

ການ​ປ່ອຍ​ ເງິນກີບ​ໃໝ່​ ໃບ​ພັນ ຈະຖືກ​ງົດ​ໄປ​ ຈົນ​ກວ່າ ຈະ​ໄດ້​ຮັບ​ການ​ພິຈາຣະນາ ມີ​ຂໍ້​ຕົກລົງ​ຈາກຣັຖບານ ອີກ​ເທື່ອ​ນຶ່ງ ​ເສັຽກ່ອນ. ສ່ວນ​ທີ່​ຖືກ​ນໍາ​ອອກ​​ໃຊ້​ແລ້ວ ກໍ​ສາມາດ​​ ໃຊ້ຈັບ​ຈ່າຍ​ໄດ້ ຕາມ​ປົກກະຕິ.

ເມື່ອ​ວັນ​ທີ 30 ຕຸລາ 2008 ນີ້ ທະນາຄານ​ ແຫ່ງ​ສປປລາວ ​ໄດ້​ອອກ​ແຈ້ງ​ການ ນໍາ​ເອົາ​ທະນະ​ບັດ​-ໃບ​ພັນ​ກີບ ທີ່​ໄດ້​ຮັບ​ການ​ປັບປຸງ ​ແລະ ​ພິມ​ໃໝ່ ​ໃນ​ປີ 2008ອອກ​ສູ່​ສັງຄົມ ​ເລີ່​ມ ​ແຕ່ເດືອນ​ພຶ​ສຈິ​ກາ ​ເປັນ​ຕົ້ນ​ໄປ ​ເພື່ອ​ປັບປຸງ ​ຄຸນ​ນະພາ​ບ ຂອງ​ໃບ​ເງິນ ​ໃນ​ການ​ຈໍຣະຈອນ​​, ສົ່ງ​ເສີມ ​ການ​ນໍາ​​ໃຊ້​ເງິນ​ກີບ​ໃຫ້​ນັບ​ມື້​ກວ້າງຂວາງ, ​ໃຫ້ການ​ຊໍາຣະ ຣາຄາສີນ​ຄ້າ​ ແລະ​ ຄ່າ​ບໍຣິການ ມີ​ຄວາມສະດວກ ​ຍີ່​ງຂຶ້ນ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard