Lao students in Japan alumni board

Members Login
Username 
 
Password 
    Remember Me  
Post Info TOPIC: ຕົ້ນຢາງພາລາ and ສະພາບແວດລ້ອມ
Anonymous

Date:
ຕົ້ນຢາງພາລາ and ສະພາບແວດລ້ອມ
Permalink   


 

ນັກວິທະຍາສາດ ສະພາບແວດລ້ອມຂອງຈີນ ເວົ້າວ່າ ຕົ້ນຢາງພາລາເຮັດໃຫ້ ສະພາບແວດລ້ອມ ເສື່ອມເສັຍຄຸນນະພາບ, ແຕ່ນັກນັກອຸດສະຫະກຳ ຢາງພາລາ ຫວຽດນາມ ເວົ້າວ່າ ຕົ້ນຢາງພາລາເປັນແຫ່ລງ ທີ່ມາຂອງລາຍໄດ້.

ນັກຄົ້ນຄວົ້າ ຢູ່ ສະຖາບັນ ວິທະຍາສາດ ຂອງຈີນ ເພື່ອການອານຸລັກ ທຳມະຊາດ ກ່າວວ່າ ອຸດສະຫະກຳ ຢາງພາລາ ເຮັດໃຫ້ລະບົບ ນິເວດວິທະຍາ ປ່າໄມ້ເສື່ອມເສັຽ ຄຸນະພາບ. ປ່າໄມ້ທີ່ຮັກສາ ນໍ້າຝົນໄວ້ນັ້ນ ຫ່ຽວແຫ້ງ ແລະ ຕາຍໄປ ນານາພັນຊີວິດ ຢູ່ໃນປ່າດົງ ຖືກດັບສູນໄປ ຍ້ອນໄດ້ຮັບ ຜົນກະທົບ ຈາກຕົ້ນຢາງ ພາລາ ເນື່ອງຈາກວ່າ ຕົ້ນຢາງພາລາ ເປັນຕົ້ນ ໄມ້ທີ່ດູດກິນ ນໍ້າຫລາຍ ເຮັດໃຫ້ນໍ້າທີ່ຢູ່ ໃນດິນປູກຝັງ ກະແສນໍ້າຢູ່ ໃນຫ້ວຍນໍ້າໄຫລ ແລະບໍ່ນໍ້າສ້າງ ບົກແຫ້ງລົງ.

ການສືກສາ ເລື້ອງນີ້ ແມ່ນດໍາເນີນດ້ວຍ ນັກວິທະຍາສາດ ຈີນ ຢູ່ທີ່ສວນ ພືກສາຊາດ ເຂດລະດູຮ້ອນ ແຄ້ວນສິບສອງ ພັນນາ ແຂວງຢຸນນ່ານ ພາກໃຕ້ ຂອງປະເທດຈີນ ບ່ອນທີ່ມີການ ປູກຕົ້ນ ຢາງພາລາຫລາຍ ທີ່ສຸດ.

ລາຍງານ ຈາກເຂດ ສິບສອງພັນນາ ເມື່ອເດືອນ ເມສາ ປີ 2007 ຜ່ານມາວ່າ ປ່າໄມ້ຢູ່ໃນພາກ ໃຕ້ຂອງ ປະເທດຈີນ ຄ່ອຍໆປ່ຽນສີ ຈາກສີຂຽວ ເປັນສີແດງ ແລ້ວ ຕົ້ນຢາງພາລາ ທີ່ປູກແລະກິນ ເອົາເນື້ອປ່າໄມ້ ໃນເຂດດິນຕໍ່າ ຢູ່ໃນແຄ້ວນ ສິບສອງພັນນາ ດຽວນີ້ໄດ້ເລີ້ມ ບຸກລຸກຂື້ນໄປໃນ ເຂດປ່າໄມ້ດິນ ສູງຫລາຍຂື້ນ.

ທ່ານ Liu ແລະເພື່ອນ ນັກວິທະຍາສາດ ຄົນອື່ນໆຂອງລາວ ມີຄວາມເປັນຫ່ວງ ຢ້ານວ່າ ການຂະຫຍາຍເນື້ອ ທີ່ປູກ ຢາງພາລາ ເພື່ອປ້ອນ ອຸດສະຫະກຳ ຜະລິດ ຢາງຕີນລົດ ທີ່ໃຫ່ຽທີ່ສຸດ ຂອງໂລກ ຈະທໍາລາຍລະບົບ ວິທະຍານິເວດ ຂອງແຄ້ວນ ສິບສອງພັນນາ ຊື່ງເປັນບ້ານເຮືອນ ແລະທີ່ຢູ່ອາໃສ ຂອງພືກສາຊາດ ແລະສັດສາ ວາສິ່ງ ນານາຊະນິດ. ເມື່ອ 30 ປີກ່ອນ ປ່າດົງແລະປ່າໄມ້ ຢູ່ເທິງພູເຂົາສູງ ທີ່ຈອດກັບ ເຂດແດນ ຂອງປະເທດພະມ້າ ແລະປະເທດລາວ ກວມເອົາເນື້ອທີ່ ສິບສອງ ພັນນາ ເຖິງ 70%. ມາຮອດປີ 2003 ປ່າໄມ້ໃນເຂດນີ້ ໄດ້ຫລຸດລົງແລະ ກວມລວມ ເອົາພື້ນທີ່ສິບສອງ ພັນນາ ປະມານ 48% ເທົ່ານັ້ນ.

ທ່ານ Liu ກ່າວວ່າ ຕົ້ນໄມ້ໃດໆ ກໍດີ ທີ່ສາມາດຕັດ ລົງໄດ້ ຖືກຕັດລົງໝົດ ເພື່ອໃຊ້ເປັນພື້ນ ທີ່ປູກຢາງພາລາ ເຮັດໃຫ້ປ່າໄມ້ ເກັບນໍ້າຝົນມີ ນ້ອຍລົງ.

ນັບຕັ້ງແຕ່ປີ 2000 ເປັນຕົ້ນມາ ປະເທດຈີນ ນໍາເຂົ້າ ຢາງພາຣາ ສົດຈາກ ຕ່າງປະເທດ ເປັນສອງເທົ້າ ຍ້ອນວ່າ ການຂາຍຣົຖ ພາຍໃນປະທດ ເພີ້ມຂື້ນຢ່າງວ່ອງໄວ ແລະທັງ ເປັນປະເທດທີ ຜລິດຢາງຕີນຣົຖ ລາຍໃຫ່ຽຂອງໂລກ. ໃນປີດຽວກັນນີ້ ຈີນຜລິດ ຢາງຕີນຣົຖໄດ້ 330 ລ້ານຫົວນ່ວຍ ໃນນັ້ນ ເຄິ່ງນື່ງສົ່ງອອກ ໄປຂາຍໃນ ຕ່າງປະເທດ.

ທ່ານ Liu ກ່າວວ່າ ການຫົດນ້ອຍ ຖອຍລົງ ຂອງປ່າໄມ້ ເກັບນໍ້າຝົນນີ້ ເປັນອຸປະສັກ ຕໍ່ການແຜ່ຂະຫຍາຍ ພັນຂອງສັດ ນານາພັນ ແລະ ພວກພືກສາຊາດ ຊະນິດຕ່າງໆ ທີ່ອາໃສປ່າໄມ້ ເປັນບ່ອນ ຢູ່ອາໃສແລະ ທໍາມາຫາກິນ. ທ່ານວ່າ ສັດປ່າປະເພດ ເສືອ ນົກຍູງ ລີງ ທີ່ອາໃສຢູ່ ໃນປ່າໄມ້ ນໍ້າຝົນນີ້ ດຽວນີ້ມີນ້ອຍ ລົງ ຫລາຍແລ້ວ. ທ່ານວ່າ ປ່າຕົ້ນຢາງພາລາ ເປັນປ່າໄມ້ທີ່ ມະນຸດສ້າງຂື້ນ ມັນບໍ່ຄືກັນກັບ ປ່າທຳມະຊາດ. ຕາບໃດທີ່ຄວາມ ຕ້ອງການດ້ານ ຢາງພາລາ ແລະລາຄາ ຢາງພາລາ ຖີບສູງຂື້ນເລື້ອຍໆ ການຂະຫຍາຍ ເນື້ອທີ່ ປູກຢາງພາລາ ກໍຈະບໍ່ຖືກຈໍາກັດ ໃນທີ່ສຸດ ປ່າໄມ້ນໍ້າຝົນ ກໍຈະໜ້ອຍໄປ ໃນລະຍະເວລາ ອັນໃກ້ໆນີ້.

ໃນຂະນະດຽວກັນ ນັກອຸດສະຫະກຳ ທີ່ອ້າງວ່າ ຜົນປະໂຫຍດ ຂອງການປູກຕົ້ນ ຢາງພາລາ ເພື່ອກ່ອງເອົາ ນໍ້າຢາງຂອງມັນທີ່ມີຊື່ວ່າ latex ມີຫລາຍ. ມັນຈະເປັນ ການສ້າງລາຍໄດ້ ໃຫ້ທຸລະກິດ ແລະ ປະຊາຊົນໃນທ້ອງຖິ່ນ. ອັນນີ້ມີຄວາມ ຈິງຄືແນວໃດແດ່?

ເມື່ອບໍ່ດົນມານີ້ ໜັງສືພິມ ຂອງຫວຽດນາມ ໄດ້ລົງບົດຄວາມ ຢ່າງຍືດຍາວວ່າ ຢາງພາລາ ຫລືວ່າຢາງທີ່ກັ່ນ ຈາກຢາງພາລາ ທັມມະຊາດທີ່ ເອີ້ນວ່າ latex ນັ້ນ ມີນາມມະຍົດ ນື່ງອີກວ່າ ຄໍາຂາວ ເພາະວ່າມັນແມ່ນ ວັຖຸດິບ ທີ່ຈໍາເປັນສໍາລັບ ໃຊ້ຜະລິດເປັນ ວັດຖຸສິ່ງຂອງ ຫລາຍຢ່າງທີ່ໃຊ້ ໃນຊີວິດ ປະຈໍາວັນຂອງຄົນ. ຫວຽດນາມ ຖືເອົາວຽກງານປູກ ຕົ້ນຢາງພາລາ ເປັນທຸລະກິດ ພື້ນຖານທຸລະກິດ ນື່ງຂອງປະເທດ ໂດຍອີງໃສ່ ປະສົປະການ ຂອງຊາວ ຫວຽດນາມໃຕ້ ທີ່ປູກຕົ້ນຢາງ ແລະ ມີ ໂຮງງານຜະລິດ ຢາງລາເຕັກ ເພື່ອສົ່ງອອກໄປ ຂາຍຕ່າງປະເທດ ມາຕັ້ງແຕ່ຕົ້ນ ສັຕະວັດທີ 20 ພຸ້ນ. ໃນປີ 1995

ຢາງ latex ທີ່ຜລິດໄດ້ນັ້ນ ສ່ວນໃຫ່ຽ ຈະໃຊ້ຜລິດ ເປັນຕີນຣົຖ ນອກນັ້ນ ກໍຈະໃຊ້ຜລິດ ເປັນເຄື່ອງ ອຸປະກອນການ ກິລາ ອຸປະກອນທີ່ ໃຊ້ໃນວຽກງານ ການແພດ ແລະອື່ນໆ ເພື່ອຫລຸດຜ່ອນການ ໃຊ້ວັຖຸດິບຈາກນໍ້າມັນດິບ ການໃຊ້ຢາງ latex ເພື່ອຜລິດອຸປະກອນ ເຄື່ອງໃຊ້ຕ່າງໆ ຫວຽດນາມວ່າ ຈະເຮັດໃຫ້ ວຽດນາມຫລຸດ ຜ່ອນການສົ່ງ ວັດຖຸດິບອອກ ໄປຂາຍໃນຕ່າງ ປະເທດລົງ ເພາະວ່າການສົ່ງ ວັດຖຸດິບອອກໄປ ຂາຍໃນຕ່າງປະເທດ ບໍ່ຄຸ້ມຄ່າການ ລົງທືນ ແລະບໍ່ໄດ້ສ້າງ ວຽກເຮັດ ງານ ທໍາໃຫ້ຄົນຄື ກັນກັບຕັ້ງ ໂຮງງານຕ່າງໆຂື້ນ ເພື່ອຜະລິດອຸປະກອນ ເຄື່ອງໃຊ້ຈາກຢາງ latex.

ຈາກປະສົປະການ ຂອງປະເທດ ເພື່ອນບ້ານ ທີ່ກ່າວມານີ້ ປະເທດລາວ ຊື່ງມີແຜ່ນດິນ ທີ່ບໍ່ທັນ ໄດ້ຮັບການ ບຸກເບີກເພື່ອການ ປູກຝັງຢ່າງ ເຕັມສ່ວນ ຈື່ງໄດ້ມີ ນະໂຍບາຍ ອານຸຍາດ ໃຫ້ຕ່າງປະເທດ ເຊົ່າທີ່ດິນເຖິງ 300,000 ha ເພື່ອປູກຕົ້ນ ຢາງພາລາ ດ້ວຍຄວາມຫວັງ ວ່າຈະຊ່ວຍເຮັດ ໃຫ້ປະຊາຊົນ ໃນທ້ອງຖິ່ນ ມີລາຍໄດ້, ແຕ່ວ່າ ແຜນການດັ່ງກ່າວ ຊາວລາວຜູ້ເປັນ ເຈົ້າຂອງປະເທດ ກໍມີຄວາມເປັນ ຫ່ວງນໍາບໍ່ນ້ອຍ ຢ້ານວ່າ ມັນຈະບໍ່ຮັບໃຊ້ ຜົນປະໂຫຍດຂອງປະຊາຊົນລາວ ຍ້ອນວ່າບໍ່ແມ່ນ ຄົນລາວ ເປັນເຈົ້າຂອງສວນຢາງ ການເຊົ່າທີ່ດິນ ກໍຕົກຢູ່ໃນ ລາຄາຖືກໆ ທັງເຊົ່າໃນ ລະຍະຍາວ. ຫລາຍຄົນກໍຢ້ານວ່າ ໃນລະຍະຍາວ ແຜນການນີ້ ຈະເຮັດ ໃຫ້ປະຊາຊົນ ສູນເສັຽບ່ອນ ທໍາມາຫາກິນ ແລະ ຈະທຸກຍາກຂຶ້ນຕື່ມ ແລະວ່າ ເປັນຫຍັງ ລັດຖະບານລາວ ຈື່ງບໍ່ຂະຫຍາຍ ເນື້ອທີ່ປູກເຂົ້າ ແລະພືດພັນອື່ນໆ ເພື່ອໃຫ້ ປະຊາຊົນລາວ ມີອາຫານກິນ ຢ່າງພຽງພໍ. 
ສະຫລຸບຈາກ RFA



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard