ຖ້າຈະຖາມວ່າ ພາສາຍີ່ປຸ່ນລະດັບໃດຈື່ງຈະສາມາດຂຽນບົດນິພົນໄດ້ນັ້ນ ແມ່ນຕອບຍາກ. ແຕ່ຖ້າຫາກ ຄວາມຮູ້ກ່ຽວກັບວິຊາສະເພາະຂອງທ່ານນັ້ນຫາກພຽງພໍ ມັນກໍ່ບໍ່ແມ່ນເລື່ອງຍາກ. ການຂຽນບົດນິພົນ ຈະເປັນພາສາຍີ່ປຸ່ນ ຫຼື ອັງກິດກໍ່ຕາມ ສິ່ງທີ່ສຳຄັນສຸດ ຂ້າພະເຈົ້າຄິດວ່າ ເນື້ອໃນຂອງບົດ ຫຼາຍກວ່າ.