Lao students in Japan alumni board

Members Login
Username 
 
Password 
    Remember Me  
Post Info TOPIC: ມີໃຜແດ່ ຂຽນ thesis ເປັນພາສາຢີ່ປຸ່ນ
Anonymous

Date:
ມີໃຜແດ່ ຂຽນ thesis ເປັນພາສາຢີ່ປຸ່ນ
Permalink   


ມີລຸ້ນອ້າຍເອື້ອຍ ຜູ້ໃດແດ່ ທີ່ຂຽນບົດນິພົນ ແລະບົດປ້ອງກັນອື່ນໆ ເປັນພາສາຢີ່ປຸ່ນ
ຕ້ອງມີລະດັບຄວາມຮູ້ພາສາຢີ່ປຸ່ນ ປານໃດ ຈຶ່ງຈະຂຽນໄດ້
ຈໍາເປັນບໍ່ ທີ່ຈະຕ້ອງຂຽນເປັນພາສາຢີ່ປຸ່ນ

ມີຈັກຄົນທີ່ຂຽນເປັນພາສາອັງກິດ ?

__________________
Anonymous

Date:
Permalink   

ນັກສຶກສາທີ່ມາຮຽນດ້ວຍທຶນ JDS ປະລິນຍາໂທ ສ່ວນຫຼາຍ ຈະຂຽນເປັນພາສາອັງກິດ
ຍ້ອນໄລຍະການກຽມພາສາຢີ່ປຸ່ນຫນ້ອຍ.
ສ່ວນນັກສຶກສາທີ່ມາຮຽນນັບຕັ້ງແຕ່ຊັ້ນກາງ,ສູງ,ປະລິນຍາຕີ...... ສ່ວນຫຼາຍຈະຂຽນ
ເປັນພາສາຢີ່ປຸ່ນ.
ການທີ່ເຮົາມາຮຽນປະເທດໃດ ຖ້າເປັນໄປໄດ້ກະຄວນຈະໄດ້ພາສາຂອງປະເທດນັ້ນໄປນຳ,
ຖ້າໄດ້ສອງພາສາແມ່ນດີທີ່ສຸດ. ແລ້ວແຕ່ມຸມມອງຂອງແຕ່ລະຄົນ.

__________________
Anonymous

Date:
Permalink   


ຖ້າຈະຖາມວ່າ ພາສາຍີ່ປຸ່ນລະດັບໃດຈື່ງຈະສາມາດຂຽນບົດນິພົນໄດ້ນັ້ນ ແມ່ນຕອບຍາກ. ແຕ່ຖ້າຫາກ ຄວາມຮູ້ກ່ຽວກັບວິຊາສະເພາະຂອງທ່ານນັ້ນຫາກພຽງພໍ ມັນກໍ່ບໍ່ແມ່ນເລື່ອງຍາກ. ການຂຽນບົດນິພົນ ຈະເປັນພາສາຍີ່ປຸ່ນ ຫຼື ອັງກິດກໍ່ຕາມ ສິ່ງທີ່ສຳຄັນສຸດ ຂ້າພະເຈົ້າຄິດວ່າ ເນື້ອໃນຂອງບົດ ຫຼາຍກວ່າ.



__________________
Anonymous

Date:
Permalink   

ແນ່ນອນວ່າເນື້ອໃນສຳຄັນແຕ່ວ່າ,
ຄິດວ່າຄວນຈະໃຊ້ເປັນພາສາຂອງຊາດນັ້ນໆຂຽນແລະPresent
ຊິດີກ່ວາ ເພາະວ່າຜູ້ທີ່ອ່ານຜູ້ທີ່ຮັບຟັງບົດຂອງເຈົ້າແມ່ນຄົນທີ່ຢູ່ປະເທດນັ້ນ
ອີກຢ່າງຄົນຢີ່ປຸ່ນບໍ່ຄ່ອຍໄດ້ພາສາອັງກິດພໍປານໃດ ຕໍ່ໃດ້ເຮົາຂຽນບົດແລະPresent
ບົດໄດ້ດີຂະໜາດໃດ ຖ້າຜູ້ຟັງສ່ວນຫຼາຍບໍ່ເຂົ້າໃຈແລະບໍ່ສົນໃຈທີ່ຈະອ່ານ
ມັນກໍ່ບໍ່ມີຄວາມໝາຍ. ຟັງຫຼາຍໆຄົນເວົ້າແລະພິດຈະລານາຕື່ມເບີ່ງ
ຕາມຄວາມຄິດເຫັນຂ້ອຍຄິດວ່າຄວນຂຽນເປັນພາສາປະຈຳຊາດນັ້ນໆ.


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard