Lao students in Japan alumni board

Members Login
Username 
 
Password 
    Remember Me  
Post Info TOPIC: ລາວຈະປະຕິຮູບການສຶກສາຈາກ11ເປັນ12ປີ
NEWS

Date:
ລາວຈະປະຕິຮູບການສຶກສາຈາກ11ເປັນ12ປີ
Permalink   


ລັດຖະບານ ຕີລາຄາຄວາມຄືບໜ້າຂອງ ການປະຕິຮູບລະບົບການສຶກສາ

*(ຂປລ): ໃນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກັນຍາ 2008 ຊຶ່ງຈັດຂຶ້ນ ໃນລະ ຫວ່າງວັນທີ 18-19 ກັນຍາ 2008 ນີ້, ໂດຍການເປັນປະທານຂອງ ນາຍົກຍົກລັດ ຖະມົນຕີ ທ່ານ ບົວສອນ ບຸບ ຜາວັນ ໄດ້ໃຫ້ຂໍ້ສັງເກດວ່າ: ການປະຕິຮູບລະບົບການສຶກສາແຫ່ງຊາດ ດຳເນີນໄປຕາມແຜນທີ່ວາງໄວ້ ເປັນຕົ້ນແມ່ນການປັບປຸງ ແລະ ຂະ ຫຍາຍພື້ນຖານໂຄງລ່າງ ດ້ານການ ສຶກສາ ເພື່ອກຽມໃຫ້ແກ່ການປະຕິຮູບ ລະບົບ ການສຶກສາສາຍສາມັນ ຈາກ 11 ເປັນ 12 ປີຮຽນ; ການຄົ້ນຄວ້າປັບປຸງ ແລະ ສ້າງຫລັກສູດ ການ ສອນ-ການຮຽນຕິດພັນກັບການຝຶກອົບຮົມຍົກລະດັບ ຄູ-ອາຈານ ໄດ້ຮັບການເອົາໃຈໃສ່ ເຮັດໃຫ້ຄຸນນະພາບ ການສຶກສາດີຂຶ້ນ.
ກອງປະຊຸມຍັງໄດ້ຊີ້ໃຫ້ເຫັນວ່າ: ການປະກອບສ່ວນຂອງສັງຄົມເພື່ອພັດທະນາການສືກສາສືບຕໍ່ ເພີ່ມຂຶ້ນ ເປັນການຂະຫຍາຍໂອກາດ ດ້ານການສຶກສາໃຫ້ກວ້າງອອກ, ພ້ອມດຽວກັນນັ້ນ ລະບົບອະຊີວະ ສຶກສາໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ການລົບລົບລ້າງ ການກືກ ໜັງສື ກໍມີຈຳນວນ ຫລາຍຂຶ້ນ. ເຖິງຢ່າງກໍຕາມ ລັດຖະບານ ໄດ້ຕີລາຄາຢ່າງກົງໄປກົງມາວ່າ: ຄວາມຄືບໜ້າຂອງ ການປະຕິຮູບລະບົບການ ສຶກສາແຫ່ງຊາດຍັງບໍ່ທັນປະຕິບັດໄດ້ຕາມແຜນການເທົ່າທີ່ຄວນ ເປັນຕົ້ນບໍ່ທັນກັບຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາ, ບໍ່ທັນສ້າງໄດ້ການຫັນປ່ຽນທາງດ້ານຄຸນນະພາບໂດຍສະເພາະຢູ່ຂັ້ນພື້ນຖານແລະ ການ ສຶກສາກ່ອນໂຮງຮຽນ, ການປັບປຸງຫລັກສູດແບບວິທີການສອນ-ການຮຽນ ຍັງດຳເນີນຊັກຊ້າບໍ່ທັນຮອບ ດ້ານ, ການກໍ່ສ້າງ ແລະ ຝຶກອົບຮົມຍົກລະດັບ ຄູ-ອາຈານ ລວມເຖິງຜູ້ບໍລິຫານ ການສຶກສາ ເພື່ອເປັນກຳລັງ ແຮງໃຫ້ແກ່ການປະຕິຮູບຍັງເຮັດໄດ້ຈຳກັດ.
ໃນສະພາບຄວາມເປັນຈິງດັ່ງກ່າວ ໄດ້ໃຫ້ທິດຊື້ນຳວ່າ: ກະຊວງສຶກສ ທິການຕ້ອງ ເຊີດຊູຄວາມ ເປັນ ເຈົ້າການ ເລັ່ງລັດ ການປະຕິຮູບລະ ບົບການສຶກ ສາແຫ່ງຊາດ ໃຫ້ໄດ້ຕາມແຜນ ການຄາດໝາຍ ໂດຍເລີ່ມ ຈາກການສ້າງ ນິຕິ ກຳທີ່ຈຳເປັນ ແນໃສ່ສ້າງການຫັນປ່ຽນທີ່ແຂງແຮງ ໃນລະບົບການສຶກສາ, ແກ້ໄຂໃຫ້ ໄດ້ ບັນດາຈຸດອ່ອນ ແລະ ຂໍ້ຄົງຄ້າງ ທີ່ມີສຽງວິພາກວິຈານ ຫລາຍ ຈາກສັງຄົມໃນໄລຍະຜ່ານມາ ທັງຍົກ ລະດັບ ການສຶກສາແຫ່ງຊາດ ໃຫ້ສູງຂຶ້ນເປັນກ້າວໆ. ທີ່ສຳຄັນ ລັດຖະບານໄດ້ເນັ້ນໃຫ້ກະຊວງສຶກສາທິການ ເພີ່ມທະວີການ ຄຸ້ມຄອງ-ກວດກາການສຶກສາທຸກລະບົບໃນນັ້ນລວມທັງການສຶກສາພາກເອກກະຊົນພາຍໃນ ແລະ ຕ່າງປະເທດ, ຮັບປະກັນໃຫ້ການສຶກສາ ແລະ ພັດທະນາຄົນດຳເນີນການໄປຕາມແນວທາງນະໂຍ ບາຍຂອງ ພັກ-ລັດເປັນຢ່າງດີ.
ສຳຫລັບການໄຂສົກຮຽນໃໝ່ 2008-2009 ເຫັນວ່າມີບັນຍາກາດດີ, ເຖິງ ວ່າມີໂຮງຮຽນຈຳນວນໜຶ່ງ ບໍ່ສາມາດເປີດຮຽນໄດ້ຍ້ອນເກີດສະ ພາບນ້ຳ ຖ້ວມ. ຄະນະພັກ ອຳ ນາດການປົກຄອງທ້ອງຖິ່ນ, ຄູ-ອາຈານ ແລະ ພໍ່ແມ່ນັກ ຮຽນ ໂດຍລວມແມ່ນມີຄວາມຫ້າວຫັນ ເປັນເຈົ້າການໃນການເປີດ ສົກຮຽນ ໃໝ່. ກະຊວງ ສຶກສາທິການຈະຕ້ອງກວດຄືນ ໂຮງຮຽນບາງແຫ່ງ ທີ່ໄຂສົກຮຽນແລ້ວ ຍັງຂາດຄູສອນຫລືຂາດປຶ້ມແບບ ຮຽນ ລວມທັງອຸປະກອນຕ່າງໆ ໃຫ້ຮີບຮ້ອນແກ້ໄຂໄປຄຽງຄູ່ກັບການເລັ່ງລັດຂະຫຍາຍແຜນການປະຕິຮູບ ລະບົບການສຶກ ສາແຫ່ງ ຊາດ ໃຫ້ເປັນອັນລະອຽດ ແລະ ຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນໜັກແໜ້ນຕື່ມອີກ.

http://www.kpl.net.la/lao/test/news/test%20dnl2.htm


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard